ການລົງທຶນໃນລົດໄຟຄວາມໄວສູງຍັງສືບຕໍ່

ຜູ້​ປະ​ກອບ​ການ​ທາງ​ລົດ​ໄຟ​ຂອງ​ຈີນ​ກ່າວ​ວ່າ​ການ​ລົງ​ທຶນ​ຢ່າງ​ໜັກ​ໜ່ວງ​ໃນ​ເຄືອ​ຂ່າຍ​ທາງ​ລົດ​ໄຟ​ຂອງ​ຕົນ​ຈະ​ສືບ​ຕໍ່​ໄປ​ໃນ​ປີ 2019 ຊຶ່ງ​ຜູ້​ຊ່ຽວ​ຊານ​ກ່າວ​ວ່າ​ຈະ​ຊ່ວຍ​ໃຫ້​ການ​ລົງ​ທຶນ​ໝັ້ນ​ທ່ຽງ​ແລະ​ຕ້ານ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ທີ່​ຊ້າ​ລົງ.

ຈີນ​ໄດ້​ໃຊ້​ເງິນ​ປະມານ 803 ຕື້​ຢວນ (116,8 ຕື້​ໂດ​ລາ​ສະຫະລັດ) ​ໃສ່​ໂຄງການ​ທາງ​ລົດ​ໄຟ ​ແລະ​ໄດ້​ວາງ​ເສັ້ນທາງ​ລົດ​ໄຟ​ໃໝ່​ຍາວ 4.683 ກິ​ໂລ​ແມັດ​ໃນ​ປີ 2018, ​ໃນ​ນັ້ນ 4.100 ກິ​ໂລ​ແມັດ​ແມ່ນ​ລົດ​ໄຟ​ຄວາມ​ໄວ​ສູງ.

ນັບ​ມາ​ຮອດ​ທ້າຍ​ປີ​ກາຍ​ນີ້, ຄວາມ​ຍາວ​ທັງ​ໝົດ​ຂອງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ເປັນ 29,000 ກິ​ໂລ​ແມັດ, ຫຼາຍກວ່າ 2/3 ຂອງ​ທັງ​ໝົດ​ຂອງ​ໂລກ.

ດ້ວຍ​ສາຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ສາຍ​ໃໝ່​ທີ່​ຈະ​ເປີດ​ນຳ​ໃຊ້​ໃນ​ປີ​ນີ້, ຈີນ​ຈະ​ບັນ​ລຸ​ເປົ້າ​ໝາຍ​ສ້າງ​ເຄືອ​ຂ່າຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ 30,000 ກິ​ໂລ​ແມັດ​ກ່ອນ​ກຳ​ນົດ​ໜຶ່ງ​ປີ.

 


ເວລາປະກາດ: 08-08-2019